• ປະຫວັດຄວາມເປັນມາ ຂອງສີເມືອງເງິນດ່ວນ ເປັນສະຖາບັນການເງິນຈຸນລະພາກ ທີ່ບໍ່ຮັບເງິນຝາກ ຖືກສ້າງຕັ້ງຂຶ້ນດ້ວຍທຶນຈົດທະບຽນ 10 ຕື້ກີບ ໂດຍ ບໍລິສັດ ສີເມືອງກຣູບ ຈຳກັດຜູ້ດຽວ ຖືຮຸ້ນ 90% ແລະ ກຸ່ມບໍລິສັດ ສີເມືອງກຣູບ ຖືເປັນກຸ່ມບໍລິສັດ ທີ່ຢູ່ໃນອັນດັບແຖວໜ້າຂອງ ສປປ ລາວ ທີ່ປະສົບຜົນສໍາເລັດໃນການເຮັດຫຼາຍໆທຸລະກິດ.
  • ເປີດສໍານັກງານ ສີເມືອງເງິນດ່ວນ  ໃນວັນທີ 2 ທັນວາ 2020 ທີ່ກຸ່ມບໍລິສັດ ສີເມືອງກຣຸບ, ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ມີ ທ່ານ ເອກະພັນ ພະພິທັກ ປະທານບໍລິສັດ ສີເມືອງກຣຸບ ພ້ອມດ້ວຍຜູ້ບໍລິຫານ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ, ແຂກທີຖືກເຊີນເຂົ້າຮ່ວມ.
  • ໂດຍ ທ່ານ ເອກະພັນ ພະພິທັກ ໄດ້ກ່າວວິໄສທັດ ແລະ ພາລະກິດ ໄວ້ວ່າ: ເພື່ອປະກອບສ່ວນເຂົ້າໃນການສ້າງ ແລະ ພັດທະນາເສດຖະກິດ ຊີວິດການເປັນຢູ່ຂອງສັງຄົມ ຈະສະໜອງເງິນກູ້ຢືມແບບດ່ວນພິເສດ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດ, ນິຕິບຸກຄົນ, ແລະ ຊາວຄ້າຂາຍ ທີ່ບໍ່ມີໂອກາດເຂົ້າເຖີງແຫຼ່ງທຶນ ໃຫ້ໄດ້ຮັບໂອກາດເຂົ້າເຖີງແຫຼ່ງທຶນໄດ້ງ່າຍຂຶ້ນ ເພື່ອການເຕີບໃຫຍ່ຂອງທຸລະກິດ ກາຍເປັນທຸລະກິດ SME ແລະ ທຸລະກິດຂະຫນາດໃຫຍ່ ຫຼື ເປັນອຸດສາຫະກຳໃນອະນາຄົດ

News

Comments are disabled.