ຄຳຖາມທີ່ພົບເລື້ອຍໆ

ຄຳຖາມທົ່ວໄປ

1.
ທີ່ສີເມືອງ ເງິນດ່ວນ ມີບໍລິການຫຍັງແດ?

ຕອບ: ມີບໍລິການ 4 ຜະລິດຕະພັນ

1.ເງິນກູ້ເພື່ອປິດໜີ້ຈາກສະຖາບັນການເງິນອື່ນ (Refinance)

2.ເງິນກູ້ເຖົ້າແກ່ນ້ອຍ (ເພື່ອເປັນທຶນຫມຶນວຽນ)

3.ເງິນກູ້ໄດ້ໃຈ (ເປັນເງິນກູ້ສຸກເສີນ ເພື່ອຄວາມຈໍາເປັນເລັ່ງດ່ວນ)

4.ສິນເຊື່ອ ລົດຊ່ວຍໄດ້ (ປ່ຽນລົດໃຫ້ເປັນທຶນ)

2.
ໄລຍະເວລາກູ້ຢືມສູງສຸດໄດ້ຈັກປີ?

ຕອບ: ສີເມືອງ ເງິນດ່ວນ ໃຫ້ບໍລິການເງິນກູ້ດ່ວນ ມີໄລຍະເວລາ ສູງສຸດ  12 ເດືອນ

3.
ລົດຈັກສາມາດຄໍ້າປະກັນການກູ້ຢືມໄດ້ບໍ່?

ຕອບ: ຮັບສະເພາະລົດໃຫຍ່ ປະເພດລົດທີ່ຮັບແມ່ນລົດຕູ້, ເກັ່ງ, ກະບະ ແລະ ລົດຈີບ

4.
ມີຫຼັກຊັບເປັນສິດນໍາໃຊ້ ສາມາດໃຊ້ເປັນຫຼັກປະກັນໄດ້ບໍ່?

ຕອບ: ຫຼັກປະກັນທີ່ນຳໃຊ້ໄດ້ຕ້ອງເປັນໃບຕາດິນຂອບທອງ

5.
ດອກເບ້ຍຈັກ% ແລະ ຫຼັກຂັບມີຫຍັງແດ່?

ຕອບ: ດອກເບ້ຍເລີ່ມແຕ່ 2.0% ສູງສຸດບໍ່ເກີນ 3.0% ຕໍ່ເດືອນ ຫຼັກຊັບທີ່ສາມາດຄ້ຳປະກັນເງິນກູ້ໄດ້ມີ ດິນປ່າວຫວ່າງ,ດິນພ້ອມເຮືອນ, ລົດໃຫຍ່ ຫຼື ຊັບສິນມີຄ່າທີ່ມີສະພາບຄ່ອງສູງ

6.
ຮັບສະໝັກພະນັກງານບໍ່?

ຕອບ: ຫາກໃນຊ່ວງໃດມີຄວາມຕ້ອງການພະນັກງານເພີ່ມ ທາງເຮົາຈະລົງປະກາດຮັບສະໝັກທາງສື່ມວນຊົນ

7.
ຖ້າເອົາທະບຽນລົດຈໍາແລ້ວ ການຈ່າຍຕົ້ນທຶນ ແລະດອກເບ້ຍທັງໝົດ ຢາກຈ່າຍເປັນລາຍວັນໄດ້ບໍ່?

ຕອບ: ການຊໍາລະໜີ້ຄືນ ບໍ່ສາມາດຈ່າຍເປັນລາຍວັນໄດ້ ຕ້ອງຊໍາລະຕົ້ນທຶນ ແລະດອກເບ້ຍທຸກເດືອນ ຫຼື ຕາມເງື່ອນໄຂທີ່ກໍານົດ

8.
ຕ້ອງການວົງເງິນຫລາຍກວ່າ 50 ລ້ານໄດ້ບໍ່?

ຕອບ: ການພິຈາລະນາວົງເງິນກູ້ ທາງສະຖາບັນຂອງພວກເຮົາຈະພິຈາລະນາຈາກຄວາມສະມາດໃນການຊໍາລະໜີ້ ແລະ ມູນຄ່າຫຼັກຊັບຄໍ້າປະກັນ

9.
ຈໍາທະບຽນລົດແມ່ນລົດກາຍ 3 ປີຂຶນໄປໄດ້ບໍ່?

ຕອບ: ສູງສຸດບໍ່ເກີນ 3 ປີ