ສິນ​ເຊື່ອ ລົດ​ຊ່ວຍ​ໄດ້

 

ສີເມືອງ ເງິນດ່ວນ ພ້ອມສົ່ງຕໍ່ໂອກາດໃຫ້ຊີວິດທ່ານຫມູນຕໍ່ໄດ້ດ້ວຍບໍລິການ ສິນເຊື່ອ ລົດຊ່ວຍໄດ້ ພຽງແຕ່ທ່ານມີລົດຕູ້, ເກ໋ງ, ກະບະ, ຫຼື ລົດຈີບ ທ່ານກໍ່ສາມາດສະໝັກຂໍສິນເຊື່ອໄດ້  ທາງເຮົາພິຈາລະນາໃຫ້ວົງເງິນທີ່ສູງ ອະນຸມັດໄວ ໄດ້ເງິນສົດທັນທີ ເງື່່ອນໄຂບໍ່ຢຸ່ງຢາກ ຕອບຮັບທຸກທ່ານທີ່ກຳລັງຊອກຫາຕົວຊ່ວຍທາງການເງິນດ້ວຍສິນເຊື່ອ ລົດຊ່ວຍໄດ້ ສະດວກ ວ່ອງໄວ ຈີງໃຈ ໃສ່ໃຈ ເພິ່ງພາໄດ້ໃນທຸກເຫດການຂອງຊີວິດ.

 ສົນໃຈສະໝັກສິນເຊື່ອ

ສິນ​ເຊື່ອ ລົດ​ຊ່ວຍ​ໄດ້

ສິນ​ເຊື່ອ ລົດ​ຊ່ວຍ​ໄດ້ ໃຫ້ການຂໍສີນເຊື່ອງ່າຍກວ່າ

– ເປັນສິນເຊື່ອລົດທີ່ໃຫ້ວົງເງີນສູງ
– ເປັນສິນເຊື່ອລົດທີ່ໄດ້ຮັບເງີນໄວ
– ເປັນສິນເຊື່ອລົດທີ່ອະນຸມັດງ່າຍ
– ເປັນສິນເຊື່ອລົດທີ່ໃຫ້ເງີນສົດທັນທີ

 

ເພາະເຮົາບໍ່ພຽງແຕ່ເປັນສະຖາບັນການເງິນຈຸລະພາກທີ່ອະນຸມັດສິນເຊື່ອວ່ອງໄວ ແຕ່ເຮົາເຂົ້າໃຈວ່າ ການໃຫ້ບໍລິການໄວນັ້ນຄື ການສົ່ງມອບໂອກາດດີໆໃຫ້ເກີດຂື້ນຢ່າງໄວ ບໍ່ວ່າຈະເພື່ອຊ່ວຍແກ້ໄຂບັນຫາ ການຕໍ່ຍອດທຸລະກິດ ຫຼື ເຮັດໃຫ້ຊີວິດດີຂື້ນ ເຮົາຕັ້ງເປົ້າໝາຍ ເພື່ອໃຫ້ໄດ້ໃຈທ່ານ ເມື່ອທ່ານນຶກເຖິງບໍລິການ ສີນເຊື່ອ ລົດຊ່ວຍໄດ້ ໃຫ້ນຶກເຖິງ ສີເມືອງເງີນດ່ວນ.

 

ໂດຍເງື່ອນໄຂສໍາລັບລົດ ທີ່ມາຂໍສິນເຊື່ອ ພຽງແຕ່ທ່ານມີລົດເກ໋ງ, ກະບະ, ຕູ້, ຈີບ ລົດມີອາຍຸບໍ່ເກີນ 3 ປີ ເປັນກຳມະສິດຂອງທ່ານເອງ ກໍສາມາດສະໝັກສິນເຊື່ອກັບເຮົາໄດ້ ໂດຍວົງເງີນທີ່ເຮົາອະນຸມັດ ແລະອັດຕາດອກເບ້ຍ ຂື້ນຢູ່ກັບເງື່ອນໄຂ,ຍີ່ຫໍ້, ລຸ້ນລົດ ປີທີ່ຜະລິດຂອງລົດ ລວມໄປເຖິງລາຍໄດ້, ຄຸນສົມບັດຂອງຜູ້ຂໍສິນເຊື່ອ ແລະ ການພິຈາລະນາຂອງບໍລິສັດດ້ວຍ.

ສະດວກສະບາຍໃນການໃຊ້ບໍລິການ ທ່ານສາມາດເລືອກຕິດຕໍ່ໄດ້ໂດຍກົງໄດ້ທີ່ ສີເມືອງ ເງີນດ່ວນ ຫຼື ພຽງແຕ່ຕື່ມຂໍ້ມູນຜ່ານເວັບໄຊນີ້ ທາງພວກເຮົາກໍຈະມີພະນັກງານເລັ່ງຕິດຕໍ່ກັບຫາທ່ານທັນທີ ແລະ ຫາກມີຂໍ້ສົງໃສ ຫຼື ສອບຖາມຂໍ້ມູນເພີ່ມເຕີມ ສາມາດຕິດຕໍ່ໄດ້ທີ່ເບີໂທ 021 813 888 ຫຼື 021 411 888 ວັນ-ເວລາ ຕາມໂມງລັດຖະການ.

 

ເອກະສານຄົບ ອະນຸມັດໄວ
– ສໍາມະໂນຄົວ,​ ບັດປະຈໍາໂຕ, Passport
– ໃບຢັ້ງຢືນທີ່ຢູ່
– ໃບຄໍາຮ້ອງຂໍກູ້
– ໃບທະບຽນລົດ
– ປື້ມຈົດທະບຽນ
ໝາຍເຫດ: ການອະນຸມັດ ສິນເຊື່ອ ລົດຊ່ວຍໄດ້ ເປັນໄປຕາມເງື່ອນໄຂ ຂອງສີເມືອງ ເງິນດ່ວນ