ຄວາມເປັນມາ

ໃນຕອນເຊົ້າຂອງວັນທີ່ 2 ທັນວາ 2020 ທີ່ກຸ່ມບໍລິສັດ ສີເມືອງກຣຸບ ຕັ້ງຢູ່ ບ້ານໂພນທັນ ຖະໜົນກໍາແພງເມືອງ (T4) ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ມີຊື່ວ່າ: ສີເມືອງ ເງິນດ່ວນ (ສມງດ) ຊື່ພາສາອັງກິດ SIMUONG EXPRESS LOAN (SML) ໄດ້ເປີດຂຶ້ນຢ່າງເປັນທາງການ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ, ທ່ານ ເອກະພັນ ພະພິທັກ ປະທານບໍລິສັດ ສີເມືອງກຣຸບ ພ້ອມດ້ວຍ ຜູ້ບໍລິຫານ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງ, ແຂກທີ່ຖືກເຊີນ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ສະຖາບັນການເງິນຈຸລະພາກ ສີເມືອງ ເງິນດ່ວນ (SML) ເປັນທຸລະກິດໃນເຄືອ ຂອງກຸ່ມບໍລິສັດ ສີເມືອງກຣຸບ ຖືກສ້າງຕັ້ງຂຶ້ນດ້ວຍທຶນຈົດທະບຽນ 10 ຕື້ກີບ ໂດຍບໍລິສັດ ສີເມືອງກຣຸບ ຈຳກັດຜູ້ດຽວ ຊຶ່ງເປັນກຸ່ມບໍລິສັດທີ່ຢືນໃນອັນດັບແຖວໜ້າຂອງ ສປປ ລາວ ທີ່ປະສົບຜົນສຳເລັດໃນການເຮັດຫລາຍໆ ທຸລະກິດ ເປັນຜູ້ຖືຮຸ້ນ 90%