
ວິໄສທັດ ແລະ ພາລະກິດ
ທ່ານເອກະພັນ ພະພິທັກ ປະທານສະພາບໍລິຫານ ກຸ່ມບໍລິສັດ ສີເມືອງກຣຸບໄດ້ເຫັນເຖີງໂອກາດທາງທຸລະກິດ ແລະ ຄວາມສຳຄັນຂອງ ສະຖາບັນການເງິນຈູລະພາກ ໃນ ການປະກອບສ່ວນສົ່ງເສີມການເຕີບໃຫຍ່ຂອງທຸລະກິດ ເພື່ອກາຍເປັນທຸລະກິດ SME ທຸລະກິດຂະໝາດໃຫ່ຍ ແລະ ອຸດສະຫະກຳໃນອານາຄົດ,ຈື່ງໄດ້ຕັດສີນໃຈລົງທືນໃນການສ້າງຕັ້ງ ສີເມືອງເງິນດ່ວນຂື້ນໂດຍເປົ້າໝາຍຕົ້ນຕໍອັນ ສຳຄັນ ໃນການສ້າງຕັ້ງ ແມ່ນເພື່ອຕອບສະໜອງ ຄວາມ ຮຽກຮ້ອງຕ້ອງການທາງດານການເງິນ ໃຫ້ແກ່ ສັງຄົມ ແລະ ແນໃສ່ການປະກອບສ່ວນເຂົ້າໃນການສ້າງ ແລະ ພັດທະນາເສດຖະກິດ ຊີວິດການເປັນຢູ່ ຂອງສັງຄົມ ທີ່ບໍມີ ໂອກາດເຂົ້າເຖີງແຫຼ່ງງທຶນ ໃຫ້ໄດ້ຮັບໂອກາດເຂົ້າເຖິງ ແຫຼ່ງທຶນງ່າຍຂື້ນ ເພື່ອໃຫ້ບໍລິການສະໜອງເງິນກູ້ ຢືມ ແບບດ່ວນພິເສດ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດ , ນີຕິບຸກຄົນ , ແລະ ຊາວຄ້າຂາຍໃນຂອບເຂດ ນະຄອນ ຫຼວງວຽງຈັນ ຈາກນັ້ນ ຈື່ງຈະສືບຕໍ່ຂະຫຍາຍຕາໜ່າງ ການບໍລິການໄປສູ່ ບັນດາແຂວງອ້ອມຂ້າງ ແລະ ທົ່ວ ປະເທດ ເຊີ່ງມີ 4 ຜະລິດຕະພັນຫຼັກກໍ່ຄື:
- ເງິນກູ້ດ່ວນໄດ້ໃຈ
- ສີນເຊື່ອເຖົ້າແກ່ນ້ອຍ
- ຜະລິດຕະພັນ ຊື້ໜີ້
- ສິນເຊື່ອ ລົດຊ່ວຍໄດ້
ເຖີງຢ່າງໃດກໍຕາມ ເພື່ອຮັບປະກັນ ການເຮັດທຸລະກິດ ແລະ ບັນດາເປົ້າໝາຍທາງຍຸດທະສາດຂອງສີເມືອງ ເງີນ ດ່ວນ ທີ່ວາງໃວ້ໃຫ້ສຳເລັດຜົນ ຈື່ງຮຽກຮ້ອງໃຫ້ມີທີມງານ ຜູ້ບໍລິຫານ ແລະ ວີຊາການ ມືອາຊີບ ທີ່ມີຈັນຍາບັນ, ຄຸນນະທຳ ແລະ ເຂົ້າໃຈສະພາບແວດລ້ອມທາງ ເສດຖະກີດ , ສັງຄົມ , ຕະຫລາດ ຈື່ງຈະສາມາດ ນຳພາ ຂະບວນເງິນ ດ່ວນນີ້ ໄປສູ່ຈຸດໝາຍປາຍທາງໄດ້. ຍຸດທະສາດຂອງພວກ ເຮົາຄື :
- ບໍລິການໄດ້ໃຈ ແລະ ລູກຄ້າໄດ້ຮັບຄວາມພໍໃຈ ເປັນທີໜື່ງ
- ສ້າງຜະລິດຕະພັນ ເຂົ້າເຖິງກູ່ມເປົ້າໝາຍ ຕາມ ຄວາມຕ້ອງການຂອງລູກຄ້າ,
- ເນັ້ນລະບົບເທັກໂນໂລຊີ ທີ່ທັນສະໄໝ .