ສີເມືອງ ເງິນດ່ວນ

 

ສິນເຊື່ອ ເງີນກູ້ພະນັກງານ

 

ເງິນກູ້ດ່ວນ ເພື່ອທຸລະກິດວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ທຸກຂະແຫນງການ

 

ຄຸນລັກສະນະ
  • ເປັນສິນເຊື່ອໄລຍະສັ້ນ ໃຫ້ກັບພະນັກງານລັດ ຫລື ເອກະຊົນ ທີມີບັນຊີເງິນເດືອນຜ່ານທະນາຄານທີ່ມີສັນຍາຫັກບັນຊີເງິນຝາກກັບ SML
  • ໃຫ້ວົງເງິນສູງສຸດ 10 ເທົ່າ ແຕ່ບໍ່ເກີນ 500 ລ້ານກີບ/ລາຍ
  • ໄລຍະເວລາຜ່ອນຊໍາລະສູງສຸດ 24 ເດືອນ
  • ຊໍາລະຕົ້ນທຶນແລະດອກເບ້ຍທຸກເດືອນ
  • ມີບຸກຄົນຄ້ຳປະກັນ ເປັນພະນັກງານ ທີ່ເຮັດວຽກນໍາກັນ ຫລື ພະນັກງານທີ່ມີບັນຊີເງິນເດືອນຜ່ານທະນາຄານທີ່ມີສັນຍາຫັກບັນຊີເງິນຝາກກັບ SML ເປັນຜູ້ຄ້ຳປະກັນ
  • ຫາກບໍ່ມີຜູ້ຄໍ້າປະກັນ ສາມາດໃຊ້ຫລັກຊັບເປັນໃບຕາດິນ,ໃບທະບຽນລົດໃຫຍ່ ຄໍ້າປະກັນແທນໄດ້
   ຄຸນນະສົມບັດຜູ້ກູ້ແລະຜູ້ຄໍ້າປະກັນ
  1. ເປັນພະນັກງານຖາວອນ 2 ປີຂຶ້ນໄປ
  2. ຜູ້ກູ້ແລະຜູ້ຄ້ໍາປະກັນ ຕ້ອງມີສໍາມະໂນຄົວຢູ່ພາຍໃນນະຄອນຫລວງວຽງຈັນ
  3. ອາຍຸ +ໄລຍະກູ້ ຊາຍບໍ່ເກີນ 60 ປີ, ຍິງ ບໍ່ເກີນ 55 ປີ

 ເອກະສານປະກອບໃນການຍື່ນຂໍກູ້ຢືມ ທັງຜູ້ກູ້ ແລະ ຜູ້ຄໍ້າປະກັນ

  1. ໃບຄໍາຮ້ອງຂໍກູ້ຢືມ
  2. ບັດປະຈໍາຕົວ ແລະ ສໍາມະໂນຄົວ
  3. ໃບຢັ້ງຢືນທີຢູ່
  4. ໃບຢັ້ງຢືນເງິນເດືອນ ແລະ Statement ບັນຊີທະນາຄານ 6 ເດືອນ

ເອກະສານຄົບ ອະນຸມັດໄວ

ສະດວກສະບາຍໃນການໃຊ້ບໍລິການ ທ່ານສາມາດເລືອກຕິດຕໍ່ໄດ້ໂດຍກົງໄດ້ທີ່ບໍລິສັດ ສີເມືອງ ເງີນດ່ວນ ຫຼື ພຽງແຕ່ຕື່ມຂໍ້ມູນຜ່ານເວັບໄຊນີ້ ທາງພວກເຮົາກໍຈະມີພະນັກງານເລັ່ງຕິດຕໍ່ກັບຫາທ່ານທັນທີ ແລະ ຫາກມີຂໍ້ສົງໃສ ຫຼື ສອບຖາມຂໍ້ມູນເພີ່ມເຕີມ ສາມາດຕິດຕໍ່ໄດ້ທີ່ເບີໂທ 021 813 888 ຫຼື 021 411 888 ວັນ-ເວລາ ຕາມໂມງລັດຖະການ.

  • ສໍາມະໂນຄົວ,​ ບັດປະຈໍາໂຕ, Passport
  • ໃບຢັ້ງຢືນທີ່ຢູ່
  • ໃບຄໍາຮ້ອງຂໍກູ້
  • ສໍາເນົາການຖືກໍາມະສິດໃນຫຼັກຊັບ

ກໍລະນີ: ເປັນນິຕິບຸກຄົນ

  • ໃບທະບຽນວິສາຫະກິດ
  • ໃບອາກອນ
  • ໃບອະນຸຍາດລົງທຶນ

ໝາຍເຫດ: ການອະນຸມັດ ສິນເຊື່ອ ເປັນໄປຕາມເງື່ອນໄຂ ຂອງສີເມືອງ ເງິນດ່ວນ