ໃນວັນທີ 6 ກັນຍາ 2025 ໄດ້ມີພິທີເຊັນບົດບັນທຶກຄວາມຮ່ວມມືດ້ານທຸລະກິດ ລະຫວ່າງ ສະຖາບັນການເງິນຈຸລະພາກທີບໍ່ຮັບເງິນຝາກ ສີເມືອງເງິນດ່ວນ ຈຳກັດຜູ້ດຽວ (SML) ແລະ ທະນາຄານຄໍາ ລາວ ຈໍາກັດ (Lao Billion Bank – LBB) ພາຍໃນບັນຍາກາດງານ Lao Gold Festival 2025
ພິທີດັງກ່າວຈັດຂຶ້ນຍ່າງເປັນທາງການ ໂດຍມີຄະນະຜູ້ບໍລິຫານຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ ການລົງນາມໃນຄັ້ງນີ້ມີວັດຖຸປະສົງກໍເພື່ອພັດທະນາຄວາມຮ່ວມມືດ້ານການໃຫ້ບໍລິການທາງດ້ານການເງິນ ແລະ ສິນເຊື່ອ ເພື່ອສະຫນັບສະຫນູນການຂະຫຍາຍຕົວຂອງຕະຫລາດການເງິນ ແລະ ການລົງທຶນໃນປະເທດລາວ