ຄວາມເປັນມາ

ວັນທີ່ 2 ທັນວາ 2020 ທີ່ບ້ານໂພນທັນເຫນືອ ຖະໜົນກໍາແພງເມືອງ (T4) ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ມີຊື່ວ່າ: ສີເມືອງ ເງິນດ່ວນ (ສມງດ) ຊື່ພາສາອັງກິດ SIMUONG EXPRESS LOAN (SML) ໄດ້ເປີດຂຶ້ນຢ່າງເປັນທາງການ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ, ທ່ານ ເອກະພັນ ພະພິທັກ ປະທານບໍລິສັດ ສີເມືອງກຣຸບ ຈຳກັດ, ຜູ້ບໍລິຫານ, ພະນັກງານວິຊາການທີ່ກ່ຽວຂ້ອງພ້ອມດ້ວຍແຂກເຂົ້າຮ່ວມຢ່າງພ້ອມພຽງ.
ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສີເມືອງເງິນດ່ວນ ຈໍາກັດຜູ້ດຽວ (SML) ດໍາເນີນງານດ້ວຍທຶນຈົດທະບຽນເລີ່ມຕົ້ນ 10 ຕື້ກີບ ປັດຈຸບັນເຂົ້າເປັນບໍລິສັດລູກຂອງ ບໍລິສັດ ອັລຟ່າດິວິຊັ່ນ ຈຳກັດ (ມະຫາຊົນ) ເຊີ່ງເປັນຫນຶ່ງໃນບໍລິສັດທີ່ຈົດທະບຽນຢູ່ໃນຕະຫລາດຫລັກຊັບປະເທດໄທ ມີທຶນຈົດທະບຽນເພີ່ມເປັນ 100 ຕື້ກີບ ຫລື ປະມານ 4.5 ລ້ານໂດລາ ດຳເນີນທຸລະກິດປລ່ອຍສິນເຊື່ອໃຫ້ກັບບຸກຄົນແລະນິຕິບຸກຄົນ ທີ່ຕ້ອງການທຶນຫມຸນວຽນໄລຍະສັ້ນ ແບບມີຫລັກຊັບຄ້ຳປະກັນ.